About Us
ສູນກາງ ການສຶກສາ "Lasaath" ມີຄວາມພາກພູມໃຈ ນຳສເນີ ຕຳຣາຫລັກສູດ ການຮຽນອ່ານ ແລະ ຮຽນຂຽນ ພາສາລາວພາກຕົ້ນ ເພື່ອໃຊ້ເປັນຄູ່ມື ແດ່ທ່ານທີ່ສົນໃຈສອນ ແລະ ຮຽນພາສາລາວ ໃນທຸກໆມູມໂລກ. ຕຳຣາຫລັກສູດ ສບັບນີ້ ໄດ້ຮຽບຮຽງ ເກັບກ່າຍ ຄັດລອກມາຈາກ ຕົ້ນສບັບເດີມ ຂອງແບບຮຽນ ພາສາລາວຊັ້ນຕົ້ນ ຂອງກະຊວງສຶກສາທິການ ພຣະຣາຊອານາຈັກລາວ ຊື່ງຜູ້ນຳທັງຫລາຍ ໄດ້ຜ່ານການຮຽນຈາກປື້ມຫົວນັ້ນ. ດັ່ງນັ້ນ ເພື່ອຣະນຶກແລະຮັບຮູ້ເຖີງ ບຸນຄຸນ ແລະ ຄຸນງາມຄວາມດີຂອງບັນພະຊົນ ຜູ້ຄິດຄົ້ນຫລັກສູດນີ້ ພວກເຮົາຈື່ງນຳມາຮຽບຮຽງຄືນໃໝ່ ໂດຍຮັກສາເຄົ້າໂຄງທຸກໆຢ່າງເໝືອນເດີມ ພຽງໄດ້ດັດແປງຮູບພາບເລັກນ້ອຍ ແລະ ເພີ້ມເຕີມວິທີແນະນຳການສະກົດສຽງ ແບບໂຟເນຕິກ ດ້ວຍອັກສອນລາຕີນ. ວິທີການສອນ ການຮຽນພາສາ ທີ່ດີທີ່ສຸດ ກໍຄື ການຮຽນ ການສອນ ແບບຄົນຕໍ່ຄົນ; ແຕ່ອີງຕາມສພາບການ ແລະ ການເປັນຢູ່ໃນຍຸກ ເທກໂນໂລຢີໃໝ່ (new technology) ພວກເຮົາຈຶ່ງໃດ້ອອກແບບ ໃຫ້ທ່ານໃຊ້ເວລາຂອງທ່ານຮຽນດ້ວຍຕົນເອງ.
I. Read ປໍປາ | ປໍປາ Book
ຕາມດັ້ງເດີມ ປຶ້ມແບບສອນອ່ານພາສາລາວ "ຊັ້ນປໍປາ" ມີທັງໝົດ 51 (໕໑) ບົດຮຽນ ແລະ 4(໔) ບົດຝຶກຊ້ອມ. ພວກເຮົາຈະພາພວກທ່ານຫັດອ່ານ ເທື່ອລະໂຕ, ເທື່ອລະຄໍາ (ຄວາມ), ຫຼື ເທື່ອລະປະໂຍກ. ພຽງແຕ່ທ່ານຈະເລືອກອ່ານ, ໂດຍການໃຊ້ນີ້ວມືຂອງທ່ານແຕະໄສ່ໂຕທີ່ທ່ານຕ້ອງການອ່ານ ແລ້ວກໍອ່ານນໍາຫລັງມັນໃປ...
Originally Lao Primer (“popa”) has 51 lessons and 4 practices. We are going to lead you to learn how to read Lao. You will have opportunity to pronounce after us by selecting “Character”, “word”, or “Sentence”.
II. ປຶ້ມ LSL | LSL Book
(ມາໄນໄວໆນິ້ | coming soon)
